Skip to Main Content
​​​​​​​​​

ຂໍ້ມູນ DHCS ໃນພາສາ (ລາວ)

ພະແນກບໍລິການດ້ານສາທາລະນະສຸກ (Department of Health Care Services, DHCS)

ຈຸດປະສົງຂອງ DHCS ແມ່ນເພື່ອມອບສິດການເຂົ້າເຖິງການບໍລິການເບິ່ງແຍງສຸຂະພາບ ທີ່ມີຄຸນນະພາບ ທີ່ເທົ່າທຽມກັນ ທີ່ຈະເຮັດໃຫ້ທຸກຄົນໃນ California ມີສຸຂະພາບທີ່ແຂງແຮງ.

ໜ້າເວັບນີ້ແມ່ນຖືກສ້າງຂຶ້ນ ເພື່ອມອບສິດເຂົ້າເຖິງຂໍ້ມູນ, ໂຄງການ, ຜົນປະໂຫຍດ ແລະ ການບໍລິການຕ່າງໆ ທີ່ມີຄວາມໝາຍແກ່ປະຊາຊົນ ທີ່ມີຄວາມຮູ້ດ້ານພາສາອັງກິດທີ່ຈໍາກັດ ແລະ ເພື່ອຮັບປະກັນວ່າພາສາບໍ່ແມ່ນອຸປະສັກໃນການເຂົ້າເຖິງການບໍລິການສຸຂະພາບທີ່ສໍາຄັນ.

ພະນັກງານທີ່ເວົ້າສອງພາສາທີ່ໄດ້ຮັບການຢັ້ງຢືນຈະຊ່ວຍສະມາຊິກ ແລະ ຄົນອື່ນໆ ແລະ DHCS ຈະເຮັດວຽກກັບຜູ້ສະໜອງການບໍລິການ ເພື່ອໃຫ້ບໍລິການແປພາສາ ແລະ ລ່າມແປພາສາຟຣີ ເພື່ອສື່ສານຢ່າງມີປະສິດທິພາບກັບ DHCS.

myMedi-Cal

https://www.dhcs.ca.gov/Pages/myMedi-Cal.aspx

ໜ້າເວັບ “myMedi-Cal: ວິທີຮັບການບໍລິການເບິ່ງແຍງສຸຂະພາບທີ່ທ່ານຕ້ອງການ" ແຈ້ງຊາວແຄລິຟໍເນຍໃຫ້ຊາບກ່ຽວກັບວິທີສະໝັກ Medi-Cal ໂດຍບໍ່ມີຄ່າໃຊ້ຈ່າຍ ຫຼື ທີ່ມີການຄຸ້ມຄອງສຸຂະພາບຂັ້ນຕໍ່າ. ນອກຈາກນັ້ນ, ທ່ານຈະຮຽນຮູ້ກ່ຽວກັບຂໍ້ກໍານົດດ້ານການມີສິດໃນໂຄງການນໍາ. ຄໍາແນະນໍາສະບັບນີ້ຈະແນະນໍາທ່ານວ່າທ່ານຈະສາມາດໃຊ້ສິດຜົນປະໂຫຍດຈາກ Medi-Cal ຂອງທ່ານໄດ້ແນວໃດ ແລະ ກ່ຽວກັບເວລາທີ່ຈະຕ້ອງລາຍງານເຖິງການປ່ຽນແປງຂໍ້ມູນສ່ວນຕົວຂອງທ່ານ. ທ່ານຄວນເກັບຮັກສາຄໍາແນະນໍາສະບັບນີ້ໄວ້ເພື່ອໃຊ້ໃຫ້ເປັນປະໂຫຍດ ແລະ ໃຊ້ມັນເມື່ອທ່ານມີຄໍາຖາມກ່ຽວກັບສິ່ງຕໍ່ໄປນີ້:

  • ວິທີສະໝັກຂໍການຄຸ້ມຄອງ
  • ສິດຜົນປະໂຫຍດທີ່ຄຸ້ມຄອງໂດຍ Medi-Cal
  • ການປັບປຸງ ແລະ ການຕໍ່ອາຍຸ Medi-Cal
  • ສິດ ແລະ ຄວາມຮັບຜິດຊອບ
  • ຂໍ້ມູນກ່ຽວກັບໂຄງການ ແລະ ການບໍລິການຂອງ DHCS ເຊັ່ນ: ການບໍລິການທັນຕະກໍາ; ການບໍລິການສໍາລັບການໃຊ້ສານເສບຕິດ; ການບໍລິການສຸຂະພາບຈິດແບບພິເສດ; ການກວດເບື້ອງຕົ້ນ ແລະ ເປັນໄລຍະ; ການບົ່ງມະຕິ ແລະ ການປິ່ນປົວ; ໂຄງການປິ່ນປົວມະເຮັງເຕົ້ານົມ ແລະ ປາກມົດລູກ; ໂຄງການບໍລິການຊ່ວຍເຫຼືອໃນເຮືອນ; ການບໍລິການທີ່ອີງໃສ່ຊຸມຊົນ; ການບໍລິການຂອງເດັກນ້ອຍ California; ໂຄງການຂອງບຸກຄົນທີ່ພິການຕາມກໍາມະພັນ; ແລະ ໂຄງການຄຸ້ມຄອງອຸປະກອນຊ່ວຍຟັງສໍາລັບເດັກນ້ອຍ.

ໝາຍເລກໂທລະສັບທີ່ສໍາຄັນ:

 ສະມາຊິກ Medi-Cal: (800) 541-5555 (TTY: 711, CA State Relay)

ໜ່ວຍງານທາງເລືອກໃນການເບິ່ງແຍ່ງສຸຂະພາບທີ່ຈັດການໂດຍ Medi-Cal: (800) 430-4263 (TTY (800) 430-7077)

ທັນຕະກໍາ Medi-Cal: (800) 322-6384 (TTY (800) 735-2922)

ຜູ້ໃຫ້ບໍລິການ Medi-Cal: (800) 541-5555 (TTY: 711, CA State Relay)

ຫ້ອງການເບິ່ງແຍງ ແລະ ສຸຂະພາບຈິດທີ່ຈັດການໂດຍ Medi-Cal ຂອງຜູ້ກວດກາລັດຖະສະພາ: (888) 452-8609 (TTY: 711, CA State Relay)

ໜ່ວຍງານພິຈາລະນາຄວາມປະຈໍາລັດ: (800) 743-8525 (TTY (800) 952-8349)

Covered California: (800) 300-1506 (TTY: 711, CA State Relay)

ຊອກຫາຫ້ອງການປະຈໍາເຂດປົກຄອງຂອງທ່ານ

 ສໍາລັບການຊ່ວຍເຫຼືອກ່ຽວກັບ Medi-Cal, ການຄຸ້ມຄອງສຸຂະພາບ ແລະ ຜົນປະໂຫຍດອື່ນໆ, ກະລຸນາຕິດຕໍ່ຫາຫ້ອງການປະຈໍາເຂດປົກຄອງຂອງທ່ານ:

ຫ້ອງການປະຈໍາເຂດປົກຄອງຂອງ Medi-Cal

ຫ້ອງການຜູ້ກວດກາລັດຖະສະພາ

 ຫ້ອງການເບິ່ງແຍງ ແລະ ສຸຂະພາບຈິດທີ່ຈັດການໂດຍ Medi-Cal ຂອງຜູ້ກວດກາລັດຖະສະພາ ຊ່ວຍແກ້ໄຂບັນຫາຈາກຈຸດຢືນທີ່ເປັນກາງ ເພື່ອຮັບປະກັນວ່າສະມາຊິກຈະໄດ້ຮັບການບໍລິການທີ່ຄຸ້ມຄອງສຸຂະພາບທາງການແພດ ແລະ ສຸຂະພາບທາງດ້ານພຶດຕິກໍາ ທີ່ມີຄວາມຈໍາເປັນທັງໝົດ ເຊິ່ງແມ່ນສິ່ງທີ່ແຜນການຕ່າງໆຈະຮັບຜິດຊອບຕາມສັນຍາ.

ຫ້ອງການຜູ້ກວດກາລັດຖະສະພາຈະບໍ່ເຂົ້າຂ້າງຝ່າຍໃດຝ່າຍໜຶ່ງໂດຍອັດຕະໂນມັດໃນການຮ້ອງຮຽນ. ຫ້ອງການດັ່ງກ່າວຈະພິຈາລະນາທຸກຝ່າຍຢ່າງຍຸຕິທໍາ ແລະ ບໍ່ລໍາອຽງ. ຫ້ອງການຜູ້ກວດກາລັດຖະສະພາຊ່ວຍຫາທາງອອກທີ່ຍຸຕິທໍາແກ່ບັນຫາການເຂົ້າເຖິງການເບິ່ງແຍງສຸຂະພາບ.
 
ຊົ່ວໂມງເຮັດວຽກ:  ວັນຈັນ ຫາ ວັນສຸກ, 8 ໂມງເຊົ້າ ຫາ 5 ໂມງແລງ ຕາມເວລາ PST; ຍົກເວັ້ນມື້ພັກຂອງລັດ

ຫ້ອງການຜູ້ກວດກາລັດຖະສະພາ: (888) 452-8609 (TTY: 711, CA State Relay)

MMCDOmbudsmanOffice@dhcs.ca.gov

ສູນບໍລິການໂທລະສັບ (Telephone Service Center, TSC)

TSC ສາມາດຊ່ວຍເລື່ອງຂໍ້ມູນທົ່ວໄປກ່ຽວກັບ Medi-Cal ແລະ ຕອບຄໍາຖາມກ່ຽວກັບໃບເກັບເງິນຈາກ Medi-Cal.

ຊົ່ວໂມງເຮັດວຽກ: ວັນຈັນ ຫາ ວັນສຸກ, 8 ໂມງເຊົ້າ ຫາ 5 ໂມງແລງ ຕາມເວລາ PST; ຍົກເວັ້ນມື້ພັກ

ສະມາຊິກ Medi-Cal: (800) 541-5555 (TTY: 711, CA State Relay)

ຜູ້ໃຫ້ບໍລິການ Medi-Cal: (800) 541-5555 (TTY: 711, CA State Relay)

ສຸນບໍລິການລູກຄ້າ Medi-Cal Rx

 ສູນບໍລິການ Medi-Cal Rx ສາມາດຊ່ວຍເລື່ອງ:

  • ຄໍາຖາມກ່ຽວກັບສິດຜົນປະໂຫຍດດ້ານຢາຂອງທ່ານ
  • ຊອກຫາຮ້ານຂາຍຢາທີ່ຢູ່ໃກ້ຄຽງ ຫຼື ສົ່ງຢາຕາມໃບສັ່ງທາງໄປສະນີ
  • ຍື່ນຄໍາຮ້ອງຮຽນ

ມັນເປັນປະໂຫຍດທີ່ຈະມີຂໍ້ມູນຕໍ່ໄປນີ້ ກ່ອນທີ່ທ່ານຈະໂທຫາພວກເຮົາ ເພື່ອທີ່ພວກເຮົາຈະສາມາດພາທ່ານໄປຫາບຸກຄົນທີ່ຖືກຕ້ອງໄດ້ໄວຂຶ້ນ:

  • ຊື່ ແລະ ນາມສະກຸນຂອງສະມາຊິກ Medi-Cal; ແລະ
  • ໝາຍເລກບັດຜູ້ຮັບຜົນປະໂຫຍດຂອງສະມາຊິກ Medi-Cal; ຫຼື
  • ວັນເດືອນປີເກີດຂອງສະມາຊິກ

ຊົ່ວໂມງເຮັດວຽກ: 24 ຊົ່ວໂມງຕໍ່ມື້, 7 ມື້ຕໍ່ອາທິດ, 365 ມື້ຕໍ່ປີ

ສູນບໍລິການລູກຄ້າ Medi-Cal Rx: (800) 977-2273(TTY: 711, CA State Relay)

ໜ່ວຍງານທາງເລືອກໃນການເບິ່ງແຍ່ງສຸຂະພາບທີ່ຈັດການໂດຍ Medi-Cal

 ບົດບາດຂອງໜ່ວຍງານທາງເລືອກໃນການເບິ່ງແຍ່ງສຸຂະພາບທີ່ຈັດການໂດຍ Medi-Cal (Medi-Cal Managed Care Health Care Options, HCO), ເຊິ່ງແມ່ນສ່ວນໜຶ່ງຂອງ DHCS, ແມ່ນການຮັບປະກັນສິດເຂົ້າເຖິງການເບິ່ງແຍງສຸຂະພາບຜ່ານຜູ້ຮັບເໝົານາຍໜ້າລົງທະບຽນ. ຜູ້ຮັບເໝົາຈະມອບຂໍ້ມູນໃຫ້ແກ່ສະມາຊິກ Medi-Cal ກ່ຽວກັບແຜນການເບິ່ງແຍງທີ່ມີການຄຸ້ມຄອງ. ສິ່ງດັ່ງກ່າວນີ້ຈະຊ່ວຍໃຫ້ສະມາຊິກຕັດສິນໃຈຢ່າງຮອບຄອບກ່ຽວກັບສິດຜົນປະໂຫຍດ Medi-Cal ຂອງເຂົາເຈົ້າ. ແຜນການອາດຈະມີການບໍລິການທາງການແພດ ແລະ ທັນຕະກໍາ.

ການເບິ່ງແຍງທີ່ຈັດການໂດຍ Medi-Cal (800) 430-4263 (TTY (800) 430-7077)

ການບໍລິການທັນຕະກໍາ

 Medi-Cal ຄຸ້ມຄອງການບໍລິການທັນຕະກໍາທີ່ຫຼາກຫຼາຍສໍາລັບສະມາຊິກ Medi-Cal, ລວມທັງ:

  • ການບົ່ງມະຕິ ແລະ ການຮັກສາສຸຂະອະນາໄມແຂ້ວ (ຕົວຢ່າງ: ການກວດ, ການສ່ອງລັງສີ ແລະ ການອະນາໄມປາກ)
  • ການບໍລິການສຸກເສີນສໍາລັບການຄວບຄຸມອາການເຈັບ
  • ການຖອນແຂ້ວ
  • ການອຸດແຂ້ວ
  • ການປິ່ນປົວຮາກແຂ້ວ (ດ້ານໜ້າ/ດ້ານຫຼັງ)
  • ແຂ້ວປອມ (ເຮັດໄວ້ລ່ວງໜ້າ/ເຮັດຢູ່ຫ້ອງທົດລອງ)
  • ການຂູດຄາບແຂ້ວ ແລະ ການຂູດຮາກແຂ້ວ
  • ການຮັກສາປະລິທັນ
  • ແຂ້ວປອມແບບສົມບູນ ແລະ ບາງເຫຼັ້ມ
  • ການຈັດແຂ້ວໃຫ້ເດັກນ້ອຍທີ່ມີຄຸນສົມບັດຮັບການບໍລິການ

ສະມາຊິກສາມາດເຂົ້າເຖິງການບໍລິການທັນຕະກໍາຜ່ານຜູ້ໃຫ້ບໍລິການທີ່ລົງທະບຽນ Medi-Cal Dental, ທີ່ຈະໃຫ້ຄໍາແນະນໍາແກ່ສະມາຊິກກ່ຽວກັບວິທີປິ່ນປົວທີ່ດີທີ່ສຸດ ແລະ ພາຍໃຕ້ສະພາບການສະເພາະ ທີ່ອະນຸຍາດໃຫ້ມີການບໍລິການເຫຼົ່ານີ້ຈໍານວນໜຶ່ງ.

ເບີໂທຝ່າຍບໍລິການລູກຄ້າທີ່ແມ່ນສະມາຊິກ: (800) 322-6384 (TTY (800) 735-2922)

ເບີໂທຝ່າຍບໍລິການລູກຄ້າທີ່ແມ່ນຜູ້ໃຫ້ບໍລິການ: (800) 423-0507

ສໍາລັບຂໍ້ມູນທົ່ວໄປ, ກະລຸນາຕິດຕໍ່: Dental@dhcs.ca.gov

ສໍາລັບແຜນການເບິ່ງແຍງແຂ້ວທີ່ມີການຈັດການ, ກະລຸນາເບິ່ງລາຍລະອຽດການຕິດຕໍ່ ຢູ່ບ່ອນນີ້.

ການບໍລິການສຸຂະພາບຈິດແບບພິເສດ

ແຜນການຄຸ້ມຄອງສຸຂະພາບຈິດ (Mental Health Plan, MHP) ໃນແຕ່ເຂດປົກຄອງແມ່ນມີຄວາມຮັບຜິດຊອບໃນການສະໜອງ ຫຼື ຈັດກຽມການສະໜອງການບໍລິການສຸຂະພາບຈິດແບບພິເສດ (Specialty Mental Health Services, SMHS) ໃຫ້ແກ່ສະມາຊິກ Medi-Cal ໃນເຂດປົກຄອງຂອງເຂົາເຈົ້າ. 

ຖ້າທ່ານ ຫຼື ຄົນທີ່ທ່ານຮູ້ຈັກຕ້ອງການ SMHS, ກະລຸນາຕິດຕໍ່ MHP ປະຈໍາເຂດປົກຄອງຂອງທ່ານໂດຍການເຂົ້າໄປທີ່ https://www.dhcs.ca.gov/individuals/Pages/MHPContactList.aspx.

ປື້ມຄູ່ມືສະມາຊິກແມ່ນສາມາດເອົານໍາ MHP ປະຈໍາເຂດປົກຄອງຂອງທ່ານ ແລະ ມັນຈະມີຂໍ້ມູນກ່ຽວກັບຫົວຂໍ້ຕໍ່ໄປນີ້ ແລະ ອີກຫຼາຍໆຢ່າງ:

  • ການບໍລິການທີ່ມີໃຫ້
  • ວິທີຮັບ SMHS
  • ການເລືອກຜູ້ໃຫ້ບໍລິການ
  • ຂັ້ນຕອນການແກ້ໄຂບັນຫາ
  • ທິດທາງຕໍ່ໜ້າ; ແລະ
  • ສິດ ແລະ ຄວາມຮັບຜິດຊອບຂອງສະມາຊິກ

ການບໍລິການສໍາລັບການໃຊ້ສານເສບຕິດ

ຖ້າທ່ານ ຫຼື ຄົນທີ່ທ່ານຮູ້ຈັກຕ້ອງການການບໍລິການສໍາລັບການໃຊ້ສານເສບຕິດ (Substance Use Disorder, SUD) ຫຼື ຕ້ອງການຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ເຂດປົກຄອງຂອງທ່ານ ໂດຍນໍາໃຊ້ສາຍໂທເຂົ້າເຖິງເຂດປົກຄອງ SUD: https://www.dhcs.ca.gov/individuals/Pages/SUD_County_Access_Lines.aspx.

ຜູ້ຢູ່ອາໄສໃນເຂດປົກຄອງຕ່າງໆ ທີ່ເຂົ້າຮ່ວມໃນລະບົບຈັດສົ່ງທີ່ມີການຈັດຕັ້ງຂອງ Drug Medi-Cal (Drug Medi-Cal Organized Delivery System, DMC-ODS) ແມ່ນສາມາດເອົາປື້ມຄູ່ມືສະມາຊິກຈາກເຂດປົກຄອງ ແລະ ມັນຈະມີຂໍ້ມູນກ່ຽວກັບຫົວຂໍ້ຕໍ່ໄປນີ້ ແລະ ອີກຫຼາຍໆຢ່າງ:

  • ການບໍລິການທີ່ມີໃຫ້
  • ການເຂົ້າຫາການບໍລິການ DMC-ODS
  • ການເລືອກຜູ້ໃຫ້ບໍລິການ
  • ຂັ້ນຕອນການແກ້ໄຂບັນຫາ
  • ທິດທາງຕໍ່ໜ້າ; ແລະ
  • ສິດ ແລະ ຄວາມຮັບຜິດຊອບຂອງສະມາຊິກ

ສະມາຊິກທີ່ຕ້ອງການການປິ່ນປົວ SUD ໃນ California ອາດຈະໃຊ້ການບໍລິການຕໍ່ສາຍເພື່ອຮັບການປິ່ນປົວການໃຊ້ສານເສບຕິດ (SUD) ແບບບໍ່ສຸກເສີນ ເຊິ່ງເປັນສາຍໂທອັດຕະໂນມັດ:

  • ສາຍໂທຟຣີທົ່ວລັດ: (800) 879-2772
  • ນອກ California: (916) 327-3728 

Last modified date: 9/5/2024 11:31 AM